logo
ຕະຫຼາດ​ຮຸ້ນ ສະ​ຫະ​ລັດ ຕົກ​ຢ່າງຫຼວງຫຼາຍ ໃນ​ຂະ​ນະ​ທີ່​ທ່ານ​ ທ​ຣຳ ປະ​ຕິ​ເສດ​ທີ່​ຈະ​ເວົ້າ ກ່ຽວ​ກັບ ພາ​ວະ​ເສດ​ຖະ​ກິດ​ຖົດ​ຖອຍ

ຕະຫຼາດ​ຮຸ້ນ ສະ​ຫະ​ລັດ ຕົກ​ຢ່າງຫຼວງຫຼາຍ ໃນ​ຂະ​ນະ​ທີ່​ທ່ານ​ ທ​ຣຳ ປະ​ຕິ​ເສດ​ທີ່​ຈະ​ເວົ້າ ກ່ຽວ​ກັບ ພາ​ວະ​ເສດ​ຖະ​ກິດ​ຖົດ​ຖອຍ

ດັດຊະ​ນີ​ຕະຫຼາດ​ຮຸ້ນ​ທັງ​ສາມ​ຂອງ ສະ​ຫະ​ລັດ ໄດ້​ຕົກ​ລົງ​ຢ່າງວ່ອງ​ໄວ​ໃນ​ການ​ຊື້​ຂາຍ​ຂອງວັນ​ຈັນ​ວານນີ້ ເນື່ອງ​ຈາກ​ນັກ​ລົງ​ທຶນ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຄວາມບໍ່​ແນ່ນອນ​ຂອງ​ພາ​ສີ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກຳ​ນົດ​ກັບ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າຫຼັກ ແລະ ຄວາມບໍ່​ເຕັມ​ໃຈ​ທີ່​ຈະ​ຕັດ​ຄວາມ​ເປັນ​ໄປ​ໄດ້​ຂອງ​ພາ​ວະ​ເສດ​ຖະ​ກິດ​ຖົດ​ຖອຍ​ຂອງ ສະ​ຫະ​ລັດ ໃນ​ອີກ​ບໍ່​ເທົ່າ​ໃດ​ເດືອນ​ຂ້າງ​ໜ້າ.
ດັດ​ຊະ​ນີ Dow Jones ຊຶ່ງ​ປະ​ກອບ​ດ້ວຍ​ຮຸ້ນບ​ລູ​ຊິບ 30 ຮຸ້ນໄດ້ຫຼຸດ​ລົງ 2.1 ເມື່ອ​ສິ້ນ​ສຸດ​ການ​ຊື້​ຂາຍ​ຂອງ​ວັນ​ຈັນ ໂດຍ​ດັດ​ຊະ​ນີ S&P 500 ຫຼຸດ​ລົງ 2.7 ແລະ ດັດ​ຊະ​ນີ Nasdaq ຊຶ່ງ​ເນັ້ນ​ຮຸ້ນ​ເທັກ​ໂນ​ໂລ​ຈີ ຫຼຸດ​ລົງ 4 ເປີ​ເຊັນ.
ດັດ​ຊະ​ນີ S&P 500 ໄດ້​ຕົກ​ລົງຫຼາຍ​ທີ່​ສຸດ​ໃຍ​ຮອບ​ວັນ​ນັບ​ຕັ້ງ​ແຕ່​ວັນ​ທີ 18 ທັນ​ວາ ແລະ ຕົກ​ລົງ 8.6 ເປີ​ເຊັນ​ຈາກ​ຈຸດ​ສູງ​ສຸດ​ຕະຫຼອດ​ການ​ທີ່​ເຮັດ​ໄວ້​ເມື່ອ​ບໍ່​ເຖິງ​ນຶ່ງ​ເດືອນ​ທີ່​ຜ່ານ​ມາ​ເມື່ອ​ວັນ​ທີ 19 ກຸມ​ພາ. ດັດ​ຊະ​ນີ Nasdaq ໄດ້​ຕົກ​ລົງຫຼາຍ​ທີ່​ສຸດ​ໃນ​ຮອບ​ວັນ​ນັບ​ຕັ້ງ​ແຕ່​ເດືອນ​ກັນ​ຍາ 2022.
ເມື່​ອ​ອາ​ທິດ​ທີ່​ຜ່ານ​ມາ​ທ່ານ ທ​ຣຳ ໄດ້​ກຳ​ນົດ​ພາ​ສີ​ນຳ​ເຂົ້າ​ສິນ​ຄ້າ​ຈາກ ເມັກ​ຊິ​ໂກ ແລະ ການ​າ​ດາ ມາ​ຍັງ ສະ​ຫະ​ລັດ ໃນ​ອັດ​ຕາ 25 ເປີ​ເຊັນ ແລະ ລັງ​ຈາກ​ນັ້ນ​ບໍ່​ເທົ່າ​ໃດ​ວັນ ທ່ານ ທ​ຣຳ ກໍ​ໄດ້​ລະ​ງັບ​ການ​ຮຽກ​ເກັບ​ພາ​ສີ​ດັ່ງ​ກ່າວ​ຈົນ​ເຖິງວັນ​ທີ 2 ເມ​ສາ ສົງ​ຜົນ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຍັງ​ຄົງ​ບໍ່​ໝັ້ນ​ໃຈ.
ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ທ່ານ ຮາວ​ເຫວີດ ລັດ​ນິກ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ກ່າວ​ກັບ​ໂທ​ລະ​ພາບ NBC ວ່າ 'ຈະ​ບໍ່​ມີ​ພາ​ວະ​ເສດ​ຖະ​ກິດ​ຖົດ​ຖອຍ​ໃນ ອາ​ເມ​ຣິ​ກາ' ແຕ່​ທ່ານ ທ​ຣຳ ຊ້ຳ​ພັດຫຼີກ​ລ່ຽງ​ທີ່​ຈະ​ເວົ້າ​ເຖິງ​ເລື່ອງນີ້.
ຜູ້​ນຳ ສະ​ຫະ​ລັດ ກ່າວ​ກັບ​ໂທ​ລະ​ພາບ Fox News ວ່າ 'ຂ້າ​ພະ​ເຈົ້າ​ບໍ່​ຢາກ​ຄາດ​ເດົາ​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ແບບ​ນັ້ນ. ມັນ​ມີ​ຊ່ວງ​ເວ​ລາ​ປ່ຽນ​ຜ່ານ ເພາະ​ສິ່ງ​ທີ່​ເຮົາ​ກຳ​ລັງ​ເຮັດ​ຢູ່​ນັ້ນ​ຍິ່ງ​ໃຫຍ່ຫຼາຍ ເຮົາ​ກຳ​ລັງ​ນຳ​ຄວາມ​ໝັ້ນ​ຄົງ​ກັບ​ຄືນ​ມາ​ສູ່ ສະ​ຫະ​ລັດ ອາ​ເມ​ຣິ​ກາ ນັ້ນ​ເປັນ​ເລື່ອງ​ໃຫຍ່.'
ທ່ານ​ກ່າວ​ເສີມ​ວ່າ 'ຕ້ອງ​ໃຊ້​ເວ​ລາ​ອີກ​ແດ່.'
ການ​ດຳ​ເນີນ​ການ​ຂຶ້ນ​ພາ​ສີ​ທີ່​ເກີດ​ຂຶ້ນ​ແລະ​ບໍ່​ເກີດ​ຂຶ້ນ​ຂອງ​ທ່ານ ທ​ຣຳ ໄດ້​ເຮັດ​ໃຫ້​ດັດ​ຊະ​ນີ S&P 500 ຂຶ້ນຫຼື​ລົງຫຼາຍກວ່າ 1 ເປີ​ເຊັນ​ເຖິງ 7 ຄັ້ງ​ໃນ 8 ວັນ.
ຄາດ​ວ່າ​ການ​ຂຶ້ນ​ພາ​ສີ​ຮອບ​ຕໍ່​ໄປ​ຈະ​ເກີດ​ຂຶ້ນ​ໃນ​ວັນ​ພຸດ ໂດຍ​ຈະ​ເລີ່ມ​ເກັບ​ພາ​ສີ​ເຫຼັກ ແລະ ອາ​ລູ​ມີ​ນຽມ 25 ເປີ​ເຊັນ.
ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ
All three major U.S. stock indexes dropped sharply in Monday's trading, with investors worried about the uncertainty of tariffs President Donald Trump imposed on key trading partners and his reluctance to rule out the possibility of a U.S. recession in the coming months.
The key Dow Jones average of 30 blue chip stocks dropped 2.1% by the end of trading Monday, with the broader S&P 500 index falling 2.7% and the tech-heavy Nasdaq barometer off 4%.
The S&P 500 had its biggest one-day drop since December 18 and is down 8.6% from its all-time high set less than one month ago, on February 19. The Nasdaq had its largest single-day percentage drop since September 2022.
Trump imposed new 25% tariffs on Mexican and Canadian exports to the U.S. last week and then days later paused the duties until April 2, leaving investors in a state of uncertainty.
"There's going to be no recession in America," Commerce Secretary Howard Lutnick told NBC News over the weekend, but Trump hedged on the issue.
"I hate to predict things like that," the U.S. leader told Fox News. "There is a period of transition because what we're doing is very big. We're bringing wealth back to America. That's a big thing."
"It takes a little time," he added.
Trump's on-again, off-again tariff actions have led the S&P 500 to swing more than 1%, up or down, seven times in eight days.
The next round of tariffs is expected to take place Wednesday, when levies of 25% on steel and aluminum are due to go into effect.

Orange background

Try Our AI Features

Explore what Daily8 AI can do for you:

Comments

No comments yet...

Related Articles

ທ່ານ ທ​ຣຳ ຂົ່ມ​ຂູ່​ຈະ​ເກັບ​ພາ​ສີ​ຢ່າງ​ໃຫຍ່​ຕໍ່​ເຫຼົ້າ ຂອງ ຢູ​ໂຣບ
ທ່ານ ທ​ຣຳ ຂົ່ມ​ຂູ່​ຈະ​ເກັບ​ພາ​ສີ​ຢ່າງ​ໃຫຍ່​ຕໍ່​ເຫຼົ້າ ຂອງ ຢູ​ໂຣບ

Voice of America

time14-03-2025

  • Voice of America

ທ່ານ ທ​ຣຳ ຂົ່ມ​ຂູ່​ຈະ​ເກັບ​ພາ​ສີ​ຢ່າງ​ໃຫຍ່​ຕໍ່​ເຫຼົ້າ ຂອງ ຢູ​ໂຣບ

ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນລ ທ​ຣຳ ໄດ້​ຂົ່ມ​ຂູ່​ສະ​ຫະ​ພາບ ຢູ​ໂຣບ ເມື່ອ​ວັນ​ພະ​ຫັດ​ວານນີ້​ວ່າ​ຈະ​ຂຶ້ນ​ພາ​ສີ​ 200 ເປີ​ເຊັນ​ຕໍ່​ເຫຼົ້າ​ໄວ​ນ໌, ແຊມ​ເປນ ແລະ ເຫຼົ້າ​ອື່ນໆ​ທີ່​ຜະ​ລິດ​ໃນ​ກຸ່ມ 27 ປະ​ເທດ​ນັ້ນຫຼັງ​ຈາກ ສະ​ຫະ​ພາບ ຢູ​ໂຣບ ຮຽກ​ເກັບ​ສິ່ງ​ທີ່​ທ່ານ​ກ່າວ​ວ່າ​ເປັນ 'ພາ​ສີ 50 ເປີ​ເຊັ​ນ​ທີ່​ເປັນ​ຕາ​ຂີ້​ດຽດ' ຕໍ່​ວິ​ສ​ກີ​ຂອງ ອາ​ເມ​ຣິ​ກາ. ທ່ານ ທ​ຣຳ ໄດ້​ໂຕ້​ແຍ້ງ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງ​ໃນ​ສື່​ສັງ​ຄົມ Truth Social ຂອງ​ທ່ານ​ເອງວ່າ ສະ​ຫະ​ພາບ ຢູ​ໂຣບ ແມ່ນ 'ນຶ່ງ​ໃນອຳ​ນາ​ການ​ປົກ​ຄອງ​ທີ່​ອັນ​ຕະ​ລາຍ ແລະ ລະ​ເມີດ​ການ​ເກັບ​ພາ​ສີ ແລະ ເກັບ​ພາ​ສີ​ທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ໂລກ' ໂດຍ​ກ່າວ​ວ່າ ສະ​ຫະ​ພາບ ຢູ​ໂຣບ ຖືກກໍ່​ຕັ້ງ​ຂຶ້ນ​ໃນ​ປີ 1993 'ເພື່ອ​ຈຸດ​ປະ​ສົງ​ດຽວ​ໃນ​ການ​ເອົາ​ປຽບ​ສະ​ຫະ​ລັດ ອາ​ເມ​ຣິ​ກາ' ​ທາງ​ເສດ​ຖະ​ກິດ. ຕໍ່​ມາ​ນັກ​ຂ່າວ​ຢູ່​ທຳ​ນຽບ​ຂາ​ວ​ຖາມ​ວ່າ ທ່ານ​ຈະ​ຍອມຫຼຸດ​ລະ​ດັບ​ການ​ຂູ່​ຂຶ້ນ​ພາ​ສີ​ກັບ​ພັນ​ທະ​ມິດ​ທາງ​ພູມ​ສາ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາຫຼືບໍ່​, ທ່ານ ທ​ຣຳ ຕອບ​ວ່າ 'ເຮົາ​ຖືກ​ສໍ້​ໂກງ​ມາຫຼາຍ​ປີ​ແລ້ວ ແລະ ເຮົາ​ຈະ​ບໍ່​ຖືກ​ໂກງ​ອີກ​ຕໍ່​ໄປ​, ບໍ່, ຂ້ອຍ​ຈະ​ບໍ່ຫຼຸດ​ຜ່ອນ​ເລີຍ, ບໍ່​ວ່າ​ຈະ​ເປັນ​ອາ​ລູ​ມີ​ນຽມ ຫຼື ເຫຼັກ ຫຼື ລົດ​ກໍ​ຕາມ.' ໃນ​ເດືອນ​ທີ່​ຜ່ານ​ມາ, ທ່ານ ທ​ຣຳ ໄດ້ເປີດ​ສາກ​ຕໍ່​ສູ້​ເລື່ອງ​ພາ​ສີ​ຕອບ​ໂຕ້​ກັນ​ກັບ​ພັນ​ທະ​ມິດ​ທາງ​ການ​ຄ້າ​ລາຍ​ໃຫຍ່​ທີ່​ສຸດ​ຂອງ ສະ​ຫະ​ລັດ ໄດ້​ແກ່ ເມັກ​ຊິ​ໂກ, ກາ​ນາ​ດາ, ຈີນ ແລະ ສະ​ຫະ​ພາບ ຢູ​ໂຣບ ໂດຍ​ທ່ານ​ກ່າວ​ວ່າ​ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຢຸດ​ຢັ້ງ​ການ​ໄຫຼວຽນ​ຂອງ​ຢາ​ເສບ​ຕິດ ໂດຍ​ສະ​ເພາະ​ຢາເຟັນ​ຕານິ​ລ​ຈາກ ເມັກ​ຊິ​ໂກ ແລະ ກາ​ນາ​ດາ ເຂົ້າ​ສູ່ ສະ​ຫະ​ລັດ ລວມ​ເຖິງ​ພະ​ຍາ​ຍາມ​ຮຽກ​ຮ້ອງ​ຜູ້​ຜະ​ລິດ​ໃຫ້​ປິດ​ການ​ດຳ​ເນີນ​ງານ​ໃນ​ຕ່າງ​ປະ​ເທດ ແລະ ຍ້າຍ​ພວກ​ເຂົາ​ມາ ສະ​ຫະ​ລັດ ເພື່ອ​ສ້າງ​ງານ​ໃຫ້​ກັບ​ຊາວ​ອາ​ເມ​ຣິ​ກັນຫຼາຍ​ຂຶ້ນ. ໃນ​ວັນ​ພຸດ​ວານນີ້ ທ່ານ ທ​ຣຳ ໄດ້ຮຽກ​ເກັບ​ພາ​ສີ 25 ເປີ​ເຊັນ​ສຳ​ລັບ​ການ​ສົ່ງ​ອອກ​ເຫຼັກ ແລະ ອາ​ລູ​ມີ​ນຽມ​ມາ​ຍັງ ສະ​ຫະ​ລັດ ຈາກ 35 ປະ​ເທດ ລວມ​ເຖິງ​ກຸ່ມ​ສະ​ຫະ​ພາບ ຢູ​ໂຣບ. ຢູ​ໂຣບ ໄ​ດ້​ຕອບ​ໂຕ້​ຢ່າງວ່ອງ​ໄວ​ດ້ວຍ​ການ​ເກັບ​ພາ​ສີ​ນຳ​ເຂົ້າ​ສິນ​ຄ້າ​ຂອງ ສະ​ຫະ​ລັດ ມູນ​ຄ່າ 28,000 ໂດ​ລາ​ໄປ​ຍັງ​ປະ​ເທດ​ຕ່າງໆ ທີ່​ມີ​ຄວາມ​ສຳ​ພັນ​ໃກ້​ຊິດ​ກັບ ສະ​ຫະ​ລັດ ມາ​ດົນ​ນານ, ໃນ​ຂະ​ນະ​ດຽວ​ກັນ ກາ​ນາ​ດາ ກໍ​ໄດ້​ເກັບ​ພາ​ສີ​ນຳ​ເຂົ້າ​ສິນ​ຄ້າ​ຂອງ ສະ​ຫະ​ລັດ ມູນ​ຄ່າ 20,700 ລ້ານ​ໂດ​ລາ​ໄປ​ຍັງ​ເພື່ອ​ນ​ບ້ານ​ຕອນ​ເໜືອ​ຂອງ​ເຂົາ​ເຈົ້າເຊັ່ນ​ກັນ. ກາ​ນາ​ດາ ຍັງ​ໄດ້​ຂໍ​ໃຫ້​ອົງ​ການ​ການ​ຄ້າ​ໂລກ ຫາ​ລືກໍ​ລະ​ນີ​ຄວາມ​ຂັດ​ແຍ້ງ​ກັບ ສະ​ຫະ​ລັດ ກ່ຽວ​ກັບ ການ​ເກັບ​ພາ​ສີ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ເຫຼັກ ແລະ ອາ​ລູ​ມີ​ນຽມ​ບາງ​ລາຍ​ຈາກ ການ​າ​ດາ, ອົງ​ການ​ການ​ຄ້າ​ນັ້ນ​ກ່າວ​ເມື່ອ​ວັນ​ພະ​ຫັດ​ວານນີ້. ອ່ານ​ຂ່າ​ວ​ນີ້​ເປັນ​ພາ​ສາ​ອັງ​ກິດ U.S. President Donald Trump on Thursday threatened the European Union with 200% tariffs on wine, champagne and other spirits produced in the 27-nation bloc after the EU levied what he said was "a nasty 50% tariff" on American-distilled whiskey. Trump contended in a post on his Truth Social media platform that the EU is "one of the most hostile and abusive taxing and tariffing authorities in the World." He said it was formed in 1993 "for the sole purpose of taking advantage of the United States" economically. Later, asked by a reporter at the White House whether he might back off his heightened tariff threats against America's geopolitical allies, Trump said, "We've been ripped off for years, and we're not going to be ripped off anymore. No, I'm not going to bend at all — aluminum or steel or cars." In the past month, Trump has been waging a tit-for-tat tariff fight with the United States' biggest trading partners — Mexico, Canada, China and the EU — in what he says is an effort to stanch the flow of drugs, especially fentanyl, into the U.S. from Mexico and Canada, and to persuade manufacturers to close their operations overseas and move them to the U.S. to create more American jobs. On Wednesday, Trump levied 25% tariffs on steel and aluminum exports to the U.S. from 35 countries, including the EU bloc. Europe quickly retaliated with its own tariffs on $28 billion worth of U.S. exports to countries that have long had close relations with the U.S., while Canada imposed new tariffs on $20.7 billion worth of U.S. exports to its northern neighbor. Canada also requested World Trade Organization dispute consultations with the U.S. over its imposition of import duties on certain steel and aluminum products from Canada, the trade body said on Thursday.

ລັດຖະບານ ທ່ານທຣຳ ແລະບັນດາກຸ່ມສິດທິມະນຸດ ພວມມຸ້ງໜ້າໄປສານ ກ່ຽວກັບເລື້ອງການເນລະເທດຂະໜາດໃຫຍ່
ລັດຖະບານ ທ່ານທຣຳ ແລະບັນດາກຸ່ມສິດທິມະນຸດ ພວມມຸ້ງໜ້າໄປສານ ກ່ຽວກັບເລື້ອງການເນລະເທດຂະໜາດໃຫຍ່

Voice of America

time14-03-2025

  • Voice of America

ລັດຖະບານ ທ່ານທຣຳ ແລະບັນດາກຸ່ມສິດທິມະນຸດ ພວມມຸ້ງໜ້າໄປສານ ກ່ຽວກັບເລື້ອງການເນລະເທດຂະໜາດໃຫຍ່

ບັນດາທະນາຍຄວາມ ຂອງລັດຖະບານສະຫະລັດ ຄາດໝາຍວ່າ ຈະປະເຊີນກັບບັນດາທະນາຄວາມສຳລັບຝ່າຍພົນລະເຮືອນແລະບັນດາກຸ່ມສິດທິດ້ານຄົນເຂົ້າເມືອງ ກ່ຽວກັບການນຳໃຊ້ຖານທັບເຮືອຂອງສະຫະລັດໃນປະເທດເກາະຄິວບາ ເພື່ອຄຸມຂັງຊາວຍົກຍ້າຍຖິ່ນຖານທີ່ລໍຖ້າການເນລະເທດ. ການໂຕ້ແຍ້ງກັນໃນສອງຄະດີຄວາມດັ່ງກ່າວ ກ່ຽວກັບປະຕິບັດການຕ່າງໆຢູ່ທີ່ຖານທັບເຮືອ ອ່າວ ກວນຕານາໂມ ນັ້ນ ເປັນການຟ້ອງຮ້ອງຕໍ່ ກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ຫຼື DHS ແລະ ລັດຖະມົນຕີຕີຂອງກະຊວງ ທ່ານນາງ ຄຣິສຕີ ໂນມ ແມ່ນພ້ອມທີ່ຈະດຳເນີນຄະດີ ຢູ່ທີ່ສານເມືອງສະຫະລັດ ໃນນະຄອນຫຼວງວໍຊິງຕັນ ໃນວັນສຸກມື້ນີ້. ຂໍ້ກ່າວຫາໃນຄະດີດັ່ງກ່າວ ກໍຄືວ່າ ລັດຖະບານສະຫະລັດ ໄດ້ລະເມີດຂອບເຂດຂອງຕົນເອງ ໂດຍປະຕິເສດບໍ່ໃຫ້ພວກຍົກຍ້າຍຖິ່ນຖານທີ່ຖືກສົ່ງໄປອ່າວ ກວນຕານາໂມ ເຂົ້າເຖິງບັນດາຜູ້ຕາງໜ້າທາງດ້ານກົດໝາຍ ແລະທັງຍັງພະຍາຍາມທີ່ຈະສົ່ງພວກເຂົາ ໄປຍັງສະຖານທີ່ແຫ່ງຕ່າງໆຂອງຖານທັບ ໂດຍບໍ່ມີອຳນາດທາງດ້ານກົດໝາຍທີ່ຖືກຕ້ອງ ເຊິ່ງເປັນການລະເມີດຕໍ່ລັດຖະທຳມະນູນຂອງສະຫະລັດ. ເຈົ້າໜ້າທີ່ ກະຊວງ DHS ບໍ່ໄດ້ຕອບໃນທັນທີຕໍ່ຄຳຂໍຮ້ອງໃຫ້ມີຄວາມເຫັນ ກ່ຽວກັບການພິຈາລະນາຄະດີ ທີ່ໃກ້ຈະເກີດຂຶ້ນ ແຕ່ພວກເຂົາເຈົ້າ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກຕໍ່ຂໍ້ກ່າວຫາທັງຫຼາຍ ໃນຂະນະດຽວກັນ ກໍໄດ້ຕຳໜິບັນດາກຸ່ມຕ່າງໆ ທີ່ໄດ້ນຳເອົາການຟ້ອງຮ້ອງຂຶ້ນສານ. ໂຄສົກຂອງກະຊວງ DHS ຜູ້ທີ່ປະຕິເສດຈະບອກຊື່ ກ່າວຕໍ່ວີໂອເອ ໃນຖະແຫລງການສະບັບນຶ່ງເມື່ອຕົ້ນເດືອນນີ້ ວ່າ 'ກຸ່ມ American Civil Liberties Union ປາກົດວ່າ ສົນໃຈໃນເລື້ອງການໂຄສະນາສົ່ງເສີມໃຫ້ເປີດຊາຍແດນ ແລະລົບກວນພາລະກິດດ້ານຄວາມປອດໄພຂອງມວນຊົນ ຫຼາຍກວ່າການປ້ອງກັນສິດເສລີພາບຂອງຊາວອາເມຣິກັນທັງຫຼາຍ.' ໂຄສົກທ່ານນີ້ ກ່າວຕື່ມວ່າ 'ພວກເຂົາເຈົ້າ ຄວນພິຈາລານາປ່ຽນຊື່ຂອງກຸ່ມເຂົາເຈົ້າ' ແລ້ວອະທິບາຍຕໍ່ໄປເຖິງຂໍ້ຂັດແຍ້ງທາງດ້ານກົດໝາຍນັ້ນວ່າ 'ບໍ່ມີມູນຄວາມຈິງ.' ປະທານາທິບໍດີ ດໍໂນລ ທຣຳ ເປັນຜູ້ທຳອິດທີ່ໄດ້ຍົກເອົາແນວຄິດຂອງການນຳໃຊ້ຖານທັບເຮືອ ໃນຄິວບາ ເປັນສ່ວນນຶ່ງຂອງແຜນການລັດຖະບານທ່ານ ສຳລັບການເນລະເທດຂະໜາດໃຫຍ່ ບໍ່ດົນຫຼັງຈາກໄດ້ເຂົ້າດຳລົງຕຳແໜ່ງ ໃນເດືອນມັງກອນ. ສ່ວນລັດຖະມົນຕີກະຊວງ DHS ທ່ານນາງ ໂນມ ໄດ້ກ່າວວ່າ ຖານທັບດັ່ງກ່າວ ເຊິ່ງມີຄຸກທີີ່ໝັ້ນຄົງ ເພື່ອຄຸມຂັງພວກຜູ້ກໍ່ການຮ້າຍທີ່ຖືກຈັບມາໄດ້ນັ້ນ ຄວນຖືກນຳໃຊ້ເປັນສະຖານທີ່ຄຸມຕົວ 'ພວກຂີ້ຮ້າຍຂອງຂີ້ຮ້າຍສຸດ.' ທ່ານທຣຳ ແລະບັນດາເຈົ້າໜ້າທີ່ຄົນອື່ນໆ ຍັງໄດ້ສະເໜີແນະວ່າ ຖານທັບດັ່ງກ່າວອາດຖືກນຳໃຊ້ເພື່ອຄຸມຕົວພວກຍົກຍ້າຍຖິ່ນຖານໄດ້ເຖິງ 30,000 ຄົນ ໃນຂະນະທີ່ ພວກເຂົາລໍຖ້າການເນລະເທດ. ເຖິງຢ່າງນັ້ນກໍຕາມ ແຜນການທັງຫຼາຍເຫຼົ່ານັ້ນ ບໍ່ເຄີຍເປັນຮູບປະທຳຢ່າງເຕັມສ່ວນເລີຍ. ອ່ານຂ່າວໃນພາສາອັງກິດ U.S. government lawyers are expected to face off with attorneys for civil and immigration rights groups over the use of a U.S. naval base in Cuba to hold migrants slated for deportation. Arguments in the two lawsuits over operations at Naval Station Guantanamo Bay, filed against the Department of Homeland Security and Secretary Kristi Noem, are set for a U.S. District Court in Washington on Friday. The suits allege that the U.S. government has overstepped its bounds by denying migrants sent to Guantanamo Bay access to legal representation and also by attempting to send migrants to the base's facilities without the proper legal authority in violation of the U.S. Constitution. DHS officials did not immediately respond to a request for comment on the upcoming hearing, but they have repeatedly denied the allegations while criticizing the groups bringing the lawsuits. "The American Civil Liberties Union appears far more interested in promoting open borders and disrupting public safety missions than in protecting the civil liberties of Americans," a DHS spokesperson told VOA in a statement earlier this month, declining to be named. "They should consider changing their name," the spokesperson added, further describing the legal challenges as "baseless." President Donald Trump first raised the idea of using the U.S. naval base in Cuba as part of his administration's plans for mass deportations shortly after taking office in January. Homeland Security's Noem said the base, which features a secure prison to hold captured terrorists, would be used to house "the worst of the worst." Trump and other U.S. officials also suggested the base could be used to hold up to 30,000 migrants while they awaited deportation. Those plans, however, never fully materialized.

G7 urges Russia to accept ceasefire or face further sanctions
G7 urges Russia to accept ceasefire or face further sanctions

Voice of America

time14-03-2025

  • Voice of America

G7 urges Russia to accept ceasefire or face further sanctions

Top diplomats from the Group of Seven leading democracies urged Russia on Friday to agree to a U.S.-proposed ceasefire in the Russia-Ukraine war. 'We called for Russia to reciprocate by agreeing to a ceasefire on equal terms and implementing it fully,' the diplomats said in a joint statement from the talks in Canada. 'We discussed imposing further costs on Russia in case such a ceasefire is not agreed, including through further sanctions, caps on oil prices, as well as additional support for Ukraine, and other means.' The White House said U.S. President Donald Trump's special envoy, Steve Witkoff, spoke with Russian President Vladimir Putin on Thursday. 'All G7 foreign ministers agree with the U.S. proposal of a ceasefire that is supported by Ukrainians,' and the focus now is on Russia's response, said Canadian Foreign Minister Melanie Joly on Friday. She added, 'The ball is now in Russia's court when it comes to Ukraine.' British Foreign Minister David Lammy echoed this sentiment, stating, 'There is unity that now is the time for a ceasefire with no conditions. Ukraine has made its position clear. It is now up to Russia to accept it.' Lammy also noted that a 'coalition of the willing' is forming to provide Ukraine with the necessary 'security architecture' and monitoring mechanisms to support the ceasefire. The G7 joint statement comes as the Kremlin said that much remains to be done on a Ukraine ceasefire deal, signaling its reluctance to fully endorse the U.S. proposal. Kremlin spokesperson Dmitry Peskov said that Putin still awaits answers after raising several questions about the ceasefire's implementation. Meanwhile, Ukrainian President Volodymyr Zelenskyy dismissed Putin's response as 'deliberately' setting conditions that complicate and 'drag out the process.' 'An unconditional 30-day interim ceasefire is the first crucial step that could bring us significantly closer to a just and lasting peace,' Zelenskyy wrote Wednesday in a post on the social media platform X. The G7 talks in Charlevoix, Quebec, brought together ministers from Britain, Canada, France, Germany, Italy, Japan and the United States. China's position Behind closed doors, G7 foreign ministers also discussed China's role in global security, stability for the Indian and Pacific Ocean regions, and maritime security. On Friday, G7 foreign ministers held a session focused on strategic challenges posed by China, North Korea, Iran and Russia. Many foreign policy analysts and military officials refer to these four nations as the 'Axis of Upheaval,' describing their growing anti-Western collaboration. The G7 joint statement said the group remains 'concerned with China's military build-up and the continued, rapid increase in China's nuclear weapons arsenal.' They called on China 'to engage in strategic risk reduction discussions and promote stability through transparency.' The foreign ministers also reaffirmed their serious concerns over the situations in the East and South China Seas, strongly opposing any unilateral attempts to alter the status quo, particularly through force or coercion. G7 members also emphasized the importance of peace and stability across the Taiwan Strait, reiterating their opposition to any unilateral attempts to change the status quo by force or coercion. A potential ceasefire in the Russia-Ukraine war could affect the U.S. presence in the Indo-Pacific, as officials and analysts suggest that ending the conflict would allow Washington to redirect resources toward addressing challenges in the region. 'I don't think an endless, ongoing conflict in Europe or in Ukraine is good for the Indo-Pacific region. It diverts a lot of the world's attention, time and resources away from areas where we continue to see growing threats,' Rubio told VOA earlier this week during a briefing aboard a military plane. 'In many ways, we could be spending even more time focused on the Indo-Pacific if somehow we could bring peace to the European continent,' the top U.S. diplomat said.

DOWNLOAD THE APP

Get Started Now: Download the App

Ready to dive into a world of global content with local flavor? Download Daily8 app today from your preferred app store and start exploring.
app-storeplay-store